ເມື່ອວັນທີ 10 ມິຖຸນາ 2018 ເວລາ 10:00 ເຊົ້າ. ທ່ານ ສິດທິລຸດ ສະຖຽນຈະລຸພົງສາ ປະທານກຳມະການ (ຄຸນຊາຍ) ທ່ານ ປິຍະໄຊ ໂຊຕິມານິດ (ຄຸນແພັດ) ຮອງປະທານ ທ່ານ ຈິລະວັດ ຈິນນະທອງພິມ (ບກ ວັດ) ເລຂາ ບໍລິສັດ ດີຊີພີ ເວີລ ຈຳກັດ ໂດຍມີ ທ່ານ ວັນນະກອນ ເດຊວົງສາ ແລະ ທ່ານ ປິ່ງ ຮ່ວງຊະນະໄຊ ຊຶ່ງເປັນນັກທຸລະກິດໜຸ່ມ ພ້ອມ ນ.ສ ເກດກິດຕະຍາ ສີສິງ ຈາກ ສປປ ລາວ ເປັນສັກຂີພະຍານ ຮ່ວມລົງນາມ MOU ຄວາມຮ່ວມມືກັນ. ທັງສອງບໍລິສັດ ໄດ້ເຊັນສັນຍາການຮ່ວມມືເອົາແອັບມືຖື Discount percent ໄປພັດທະນາ ແລະນຳໃຊ້ທີ່ ສປປ ລາວ ຢ່າງເປັນທາງການ ພາຍໃຕ້ຊື່ບໍລິສັດ M&K Pro ບໍລິການຜູ້ດຽວ ຈຳກັດ ຊື່ງຈະໄດ້ດຳເນີນທຸລະກິດ ແອັບມືຖື ໃນ ສປປ ລາວ ພາຍໃຕ້ເຄື່ອງໝາຍການຄ້າ ຊື່ ຖົງເງິນ ຖົງຄຳ ແລະ ຮ່ວມກັນຖ່າຍຮູບໄວ້ເປັນທີ່ລະນຶກໃນວັນຮ່ວມລົມນາມທີ່ໜ້າສຳນັກງານໃຫຍ່ ເລກທີ 169/20ຖ ຮອບເມືອງ ອຳເພີເມືອງ ຈັງຫວັດຂອນແກ່ນ.

1 ความคิดเห็น

  1. เยี่ยมมากๆครับ ถ้ามีแอปพลิเคชั่นดีแบบนี้เพื่อ ให้ประชาชนชาว สปป.ลาว ใด้ใช้ครับ

ทิ้งคำตอบไว้

This site uses Akismet to reduce spam. Learn how your comment data is processed.